ເກົາຫລີ ຈະສັກຢາປ້ອງກັນໂຄວິດ-19ໃຫ້ໄດ້70% ຂໍຊົມເຊີຍນຳເດີ
ຂປລ.ເມື່ອບໍ່ດົນມານີ້,ສຳນັກງານ ຄວບຄຸມ ແລະ ປ້ອງກັນພະຍາດ ຂອງສ.ເກົາຫລີ(KCDA) ປະກາດ ພາລະກິດ ຕົ້ນຕໍຂອງປີນີ້ ໃນການຄວບຄຸມ ການສະໜອງ ວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ກັບປະຊາຊົນ ແບບບໍ່ເສຍຄ່າ ໃຫ້ໄດ້ 70% ພາຍໃນ ເດືອນກັນຍານີ້ ໂດຍຈະເລີ່ມສັກ ວັກຊິນ ຕັ້ງແຕ່ເດືອນໜ້າ ເປັນຕົ້ນໄປ ເພື່ອໃຫ້ເກີດ ພູມຕ້ານທານ ໃນເດືອນພະຈິກ.ຂະນະທີ່ ລັດຖະບານ ສ.ເກົາຫລີ ມີວັກຊິນ ພຽງພໍ ສຳລັບ ສັກໃຫ້ ປະຊາຊົນ 56 ລ້ານຄົນ ພາຍໃຕ້ໂຄງການ ໂຄແວັກ ຂອງອົງການ ອານາໄມໂລກ ແລະ ມີສັນຢາແຍກຕ່າງຫາກ ກັບບໍລິສັດຢາ ຕ່າງປະເທດ 4ແຫ່ງ.ນອກນີ້ ຍັງໃກ້ຈະລົງນາມ ສັນຍາຊື້ ວັກຊິນ ຂອງໂນວາເວັກ ບໍລິສັດຢາ ອາເມລິກາ ໃຫ້ປະຊາຊົນ 20 ລ້ານຄົນ.ຂະນະທີ່ ປະຊາກອນ ສ.ເກົາຫລີ 52 ລ້ານຄົນ ລວມມີ ບຸກຄະລາກອນ ທາງການແພດ ຕາມໂຮງໝໍ ທີ່ມີຄວາມສ່ຽງສູງ,
ສະຖານທີ່ ພື້ນຟູ ຄົນເຈັບ ແລະ ຜູ້ສູງອາຍຸ ຈະໄດ້ຮັບ ວັກຊິນ ເປັນກຸ່ມທຳອິດ ໃນໄຕມາດທຳອິດ ຂອງປີນີ້ ຜູ້ມີອາຍຸ 65ປີຂຶ້ນໄປ ແລະ ຜູ້ເຮັດວຽກ ຕາມສະຖານທີ່ອື່ນໆ ຈະໄດ້ຮັບ ວັກຊິນ ໃນໄຕມາດ ທີ່2 ຜູ້ມີພະຍາດ ຊ້ຳເຮື້ອ ແລະ ຜູ້ສູງອາຍຸ 19-64ປີ ຈະໄດ້ຮັບວັກຊິນ ໃນໄຕມາດທີ່3.ປັດຈຸບັນ ເຈົ້າໜ້າທີ່ ທາງການ ພວມກຽມ ຫ້ອງເຢັນ ຫລາຍຮູບແບບ ເພື່ອເກັບ ວັກຊິນ ແຕ່ລະບໍລິສັດ ທີ່ຕ້ອງເກັບ ໃນອຸນຫະພູມ ແຕກຕ່າງກັນ ຈະເປີດສູນສັກ ວັກຊິນ 250ແຫ່ງ ເພີ່ມຈາກ ສະຖານທີ່ ພະຍາບານ 10.000 ແຫ່ງ ທົ່ວປະເທດ,
ສຶບຕໍ່ປະຕິບັດ ມາດຕະການ ປ້ອງກັນ ການຕິດເຊື້ອ ພະຍາດ ໂຄວິດ-19 ແລະ ເພີ່ມການກວດແບບ ພີຊີອາ(PCR) ເປັນສູງສຸດ ວັນລະ 240.000ຄົນ.