ອຸບັດຕິເຫດລົດໃຫ່ຍເສຍຫຼັກຕຳຂອບກັ້ນທາງບາດເຈັບ 1 ຄົນ
ສະຫວັນນະເຂດລາຍງານ: ວັນທີ 18/02/2021 ເວລາ 01:24 ນາທີ ຕອນເດີກ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີ ອຸບັດຕິເຫດ ລັເໃຫ່ຍເສຍຫລັກຕຳເຂົ້າ ຂອບກັ້ນທາງ ເຂດເສັ້ນທາງ ບ້ານ ສອນໄຊ ວົງວຽນກະບອງນະຄອນໄກສອນພົມວິຫານແຂວງ ສະຫວັນນະເຂດ
ໃນຈຸດເກີດເຫດ ມີຄົນເຈັບ1ຄົນ ເພດຊາຍມີອາການເຈັບໜ້າເອີກມືນເມົາ ແລະ ບາດແຜຖະຫລອກແຕ່ມີສະຕິດີ ດັ່ງນັ້ນທາງທີມງານອາສາພວກເຮົາໃຫ້ການຊ່ວຍເຫຼືອປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍ ແຂວງ ສະຫວັນນະເຂດ ສ່ວນຄວາມເສຍຫາຍເປັນເຫລັກກັ້ນຂອບທາງ ແລະ ຟຸດບາດ ພ້ອມລົດຜູ້ຂັບເສຍຫາຍທາງຫນ້າຍ່າງແຮງ
ຂໍຂອບໃຈ