ມຽນມາ ເດີນໜ້າສັກວັນຊິນປ້ອງກັນໂຄວິດ-19ພີ່ນ້ອງເອີຍ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ເນປີດໍ,ເມື່ອບໍ່ດົນມານີ້, ກອງທັບ ແລະ ກະຊວງ ສາທາລະນະສຸກ ມຽນມາ ຢືນຢັນ ກຳນົດ ການສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ ບຸກຄະລາກອນ ທາງການແພດ ແລະ ປະຊາຊົນທົ່ວໄປ ເປັນໄປຕາມ ແຜນການເກົ່າ.ຂະນະທີ່ ບຸກຄະລາກອນ ທາງການແພດ ແລະ ເຈົ້າໜ້າທີ່ ສາທາລະນະສຸກ ທີ່ກ່ຽວຂ້ອງ ເຂົ້າຮັບການສັກວັກຊິນ ປ້ອງກັນ ໂຄວິດ-19ແລ້ວ 100.108 ຄົນ ຈາກຈຳນວນ ດັ່ງກ່າວ 314 ຄົນ ເປັນສະມາຊິກສະພາ ໃນໂຄຕ້າ ຂອງກອງທັບ ແລະ ກະຊວງ ສາທາລະນະສຸກ ມີກຳນົດເລີ່ມ ສັກວັກຊິນ ໃຫ້ແກ່ປະຊາຊົນ ທົ່ວໄປ ຕັ້ງແຕ່ວັນທີ 5 ກັນຍານີ້.ປັດຈຸບັນ ມຽນມາ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 140.354 ຄົນ ເພີ່ມຂຶ້ນ209ຄົນ, ປິ່ນປົວດີແລ້ວ 125.324ຄົນ ແລະ ເສຍຊີວິດ ທັງໝົດ 3.138ຄົນ ເພີ່ມຂຶ້ນ 7ຄົນ.ສ່ວນວັກຊິນ ໄດ້ແລ້ວ 1,5 ລ້ານຫລອດ ເປັນການ ປະສານງານ ໄວ້ກັບ ລັດຖະບານ ອິນເດຍ ພາຍໃຕ້ ໂຄງການ ໂຄແວັກ ຂອງອົງການ ອານາໄມໂລກ./.
ຂໍຂອບໃຈ