ມະຫາເສດຖີຈົກທືນສ້າງບ້ານເກືອບ 300 ຫຼັງໃຫ້ຊາວບ້ານເພື່ອຕອບແທນບ້ານເກີດ
ເສີນເສີງ ມະຫາເສຣດຖີຊາວຈີນ ຜູ້ກໍ່ຕັ້ງເຄື່ອງດື່ມ ເສີນເສີນ ເປັນເຈົ້າຂອງ ບໍລິສັດຂະໜາດໃຫຍ່ຂອງຈີນ Tiandi No 1 Beverage Inc ຊຶ່ງເປັນຜູ້ຜະລິດນ້ຳອັດລົມແລະເຕີບໂຕຂຶ້ນໃນຄອບຄົວຍາກຈົນໃນຫມູ່ບ້ານຈີນຂະໜາດນ້ອຍ ຫວັງຈະຕອບແທນບ້ານເກີດຂອງທ່ານໃນເມືອງກວນຮູມົນຖົນກວາງຕຸ້ງ ດ້ວຍການຈົບທືນເພື່ອສ້າງບ້ານ 258 ຫຼັງ
ເພື່ອໃຫ້ຊາວບ້ານທີ່ທຸກຍາກຂາດຂືນໄດ້ມີທີ່ຢູ່ອາໄສ ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມກໍ່ສ້າງແລ້ວຕັ້ງແຕ່ເມື່ອຫ້າປີກ່ອນ. ສຳລັບບ້ານໃນແຕ່ລະຫຼັງມີຫ້າຫ້ອງນອນສອງຫ້ອງນັ່ງຫລິ້ນ ພ້ອມສິ່ງອຳນວຍຄວາມສະດວກຕ່າງໆ. ນອກຈາກນີ້ທ່ານຍັງສະເໜີການຈ້າງງານໃຫ້ກັບຜູ້ທີ່ເຂົ້າມາຢູ່ອາໄສ ບໍ່ວ່າະຈະເປັນການສ້າງສວນລິ້ນຈີ່ ແລະ ລ້ຽງໝູຂະໜາດໃຫຍ່ ຊຶ່ງຈະຮອງຮັບການເຮັດວຽກງານກວ່າໜຶ່ງຮ້ອຍຕຳແໜ່ງ ແລະ ຊາວບ້ານແຕ່ລະຄົນຈະມີທືນໃຊ້ ເຮັດໃຫ້ບໍ່ຕ້ອງຫ່ວງເລື່ອງຂອງຊີວິດຄວາມເປັນຢູ່ທັງໃນປະຈຸບັນແລະອະນາຄົດຂອງລູກຫຼານເລີຍ
ຂໍຂອບໃຈ