ກຳປູເຈຍ ຮັບຮອງວັກຊິນປ້ອງກັນໂຄວິດ-19 ຊີໂນແວັກຈາກຈີນ
ຂປລ.ຕາມຂໍ້ມູນຈາກ ກະຊວງສາທາລະນະສຸກ ກຳປູເຈຍ ອອກຖະແຫລງການ ເມື່ອບໍ່ດົນມານີ້ວ່າ:ຄະນະກຳມະການ ກວດກາ ອາຫານ ແລະ ຢາຂອງກຳປູເຈຍ ລົງມະຕິເຫັນດີ ໃນການຮັບຮອງ ເພື່ອໃຊ້ງານ ເປັນການສຸກເສີນ ໃຫ້ກັບ ວັກຊິນ ປ້ອງກັນ ໂຄວິດ-19 ຜະລິດໂດຍ ບໍລິສັດ ຊີໂນແວັກ ໄບໂອເທັກ ຂອງຈີນ ເພື່ອປົກປ້ອງ ຊາວກຳປູເຈຍ ຈາກການຕິດ ເຊື້ອພະຍາດ ໂຄວິດ-19 ສາຍພັນໃໝ່. ກ່ອນໜ້ານີ້ ກຳປູເຈຍ ໄດ້ສັກ ວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແກ່ ປະຊາຊົນ ໂດຍນຳໃຊ້ ວັກຊິນ ຂອງຊີໂນຟາມ ເນັ້ນໃຫ້ ບຸກຄະລາກອນ ທາງການແພດ ແລະ ເຈົ້າໜ້າທີ່ ເຮັດວຽກ ຢູ່ແຖວໜ້າ ໃນການປ້ອງກັນ ການແຜ່ລະບາດ ຂອງພະຍາດ ດັ່ງກ່າວ./.