ກຳປູເຈຍ ສັ່ງປິດເກາະເພັດປ້ອງກັນການແຜ່ລະບາດໂຄວິດ-19
ຂປລ.ຕາມຂ່າວຈາກ ນະຄອນຫລວງ ພະນົມເປັນ,ວັນທີ22ກຸມພານີ້,ທ່ານ ຮຸນເຊນ,ນາຍົກລັດຖະມົນຕີ ກຳປູເຈຍ ສັ່ງປິດເກາະເພັດ ທີ່ຕັ້ງຢູ່ໃຈກາງ ນະຄອນຫລວງ ພະນົມເປັນ ແລະ ຍົກລະດັບ ມາດຕະການ ດ້ານສາທາລະນະສຸກ ເພື່ອປ້ອງກັນ ການແຜ່ລະບາດ ໂຄວິດ-19 ຮອບໃໝ່ ພາຍໃນຊຸມຊົນ ແລະ ກວດຫາ ກຸ່ມສ່ຽງ ທີ່ພົວພັນກັບ ຮ້ານບັນເທີງ ແລະ ຫ້ອງເຊົ່າ ທີ່ພົບການແຜ່ລະບາດ ໂຄວິດ-19.ຂະນະທີ່ ໜ່ວຍງານ ດ້ານສາທາລະນະສຸກ ກຳປູເຈຍ ເປີດເຜີຍເຖິງ ສະຖິຕິ ຜູ້ຕິດເຊື້ອ ສະສົມ ຈາກໂຄວິດ-19 ເພີ່ມເປັນ 533 ຄົນ ຫລັງມີການຢືນຢັນ ຜູ້ຕິດເຊື້ອໃໝ່ 17 ຄົນ ໃນຮອບ 24 ຊົ່ວໂມງ ລ້າສຸດ ຈາກຈຳນວນ ດັ່ງກ່າວ ປິ່ນປົວດີແລ້ວ 473 ຄົນ ແຕ່ຍັງບໍ່ມີ ລາຍງານ ຜູ້ເສຍຊີວິດ./.